ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນມາ ຕ້ອນຮັບນັກທ່ອງທ່ຽວເກືອບ 2 ລ້ານເທື່ອຄົນ

     ສຳນັກຂ່າວຊິນຮວາຂອງ ສປ ຈີນ, ລາຍງານວັນທີ 22 ພະຈິກ 2023 ນີ້ວ່າ, ນັກທ່ອງທ່ຽວ ເກືອບ 2 ລ້ານເທື່ອຄົນ ເດີນທາງ
ຢ້ຽມຢາມ ເມືອງ ພຸກາມ ເຂດບູຮານສະຖານທີ່ມີຊື່ສຽງ ໃນພາກພື້ນ ມັນດາເລ ທາງພາກກາງຂອງ ມຽນມາ ໃນໄລຍະ 10 ເດືອນ
ທຳອິດຂອງ ເດືອນ ມັງກອນຫາຕຸລາ 2023 ເພີ່ມຂຶ້ນປະມານ 1 ລ້ານເທື່ອຄົນ ຕະຫລອດປີ 2022.

     ທ່ານ ອູວິນອອງ ຮອງຜູ້ອຳນວຍການຝ່າຍການໂຮງແຮມ ແລະ ການທ່ອງທ່ຽວເມືອງ ບູຮານ ພຸກາມ ໃຫ້ສຳພາດຕໍ່ສຳນັກຂ່າວ
ຊິນຮວາຂອງ ສປ ຈີນ : ວ່ານັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຫລ່ງບູຮານສະຖານແຫ່ງນີ້ ໃນໄລຍະເວລາດັ່ງກ່າວ. ສ່ວນຫລາຍ
ແມ່ນນັກ ທ່ອງ ທ່ຽວຕ່າງປະເທດ ກວມເອົາ ຫລາຍກວ່າ 11.000 ເທື່ອຄົນ ເພື່ອຢ້ຽມຊົມຄວາມສຳຄັນທາງ ດ້ານບູຮານຄະດີ ຊຶ່ງປະ
ກອບດ້ວຍ ເຈດີ, ວັດວາອາຮາມນັບພັນແຫ່ງ, ຍ້ອນວ່າມີຊື່ສຽງລະດັບໂລກ ແລະ ສາມາດດຶງດູດ ນັກທ່ອງທ່ຽວຕ່າງ ປະເທດ.

     ນອກຈາກນີ້ ເມືອງ ພຸກາມ ຍັງເປັນທີ່ຕັ້ງຂອງ ເຈດີ, ວັດວາອາຮາມ ທາງພຸດທະສາສະໜາເກົ່າ ແກ່ຫລາຍພັນແຫ່ງ ແລະ ໄດ້ຮັບ
ເລືອກເປັນມໍລະດົກໂລກຂອງອົງການຢູເນ​​ສໂກ (UNESCO) ແລະ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ຊັ້ນນຳໃນມຽນມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/11/2023